ສ້າງຕັ້ງສະມາຄົມຄົນຫູໜວກຢູ່ລາວ
Posted: ເດືອນພະຈິກ 14, 2012 in Uncategorizedປ້າຍກຳກັບຄົນພິການ, ຫູຫນວກ
ໄປຮຽນໄທ ຮຽນໄດ້ຫລືບໍ່ ແຕ່ໄດ້ເພື່ອນ
Posted: ເດືອນສິງຫາ 18, 2011 in children careປ້າຍກຳກັບມິດຕະພາບ, ສູນສຶກສາພິເສດ, ຫນອງຄາຍ
ເຊັນບົດບັນທຶກຄວາມເຂົ້າໃຈໂຄງການພັດທະນາຄົບວົງຈອນທາງດ້ານ ການບໍລິການປະກອບເຄື່ອງຄ້ຳຊູ ຢູ່ ສປປ ລາວ ເປັນໂຄງຮ່ວມມືດ້ານອົງຄະທຽມ-ເຄື່ອງຄ້ຳຊູ (COPE) ໂດຍໃຫ້ທຶນຂອງ USAID ມູນຄ່າ 1,4 ລ້ານໂດລາສະຫະລັດ ໃນວັນທີ 26 ກໍລະກົດ 2011 ທີ່ສູນຟື້ນຟູຄົນພິການ ໃຫ້ກຽດເຊັນໂດຍທ່ານ ດຣ.ທອງຈັນ ເທບສົມພູ ອຳນວຍການສູນຟື້ນຟູຄົນພິການ ທັງເປັນປະທານອົງການຮ່ວມມືທາງດ້ານການຜະລິດອົງຄະທຽມ ແລະ ເຄື່ອງຄ້ຳຊູ (COPE) ແລະ ທ່ານນາງ ແຄເຮັນ ບືສະຈວດ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳລາວ ໂດຍຊ້ອງໜ້າພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ເງິນຈຳນວນດັ່ງກ່າວຈະໄດ້ນຳໃຊ້ເຂົ້າໃນການພັດທະນາວຽກງານຂອງ ສູນ ເປັນຕົ້ນແມ່ນການເຮັດຂາທຽມທີ່ເໝາະສົມ ການປັບປຸງດ້ານການເຝິກອົບຮົມກ່ຽວກັບວຽກງານອົງຄະທຽມ ແລະ ອຸປະກອນການຈັດການເຝິກອົບຮົມ ການສ້າງຂີດຄວາມສາມາດໃນການຈັດກອງປະຊຸມກ່ຽວກັບວຽກງານການແພດ ດ້ານກະດູກ ເພື່ອເພີ່ມການຜະລິດຂາທຽມ ທັງນີ້ກໍເພື່ອເປັນການສືບຕໍ່ຊ່ວຍເຫຼືອຜູ້ພິການທີ່ໄດ້ຮັບຜົນ ກະທົບຈາກລະເບີດໃນປາງສົງຄາມ ແລະ ຜົນຮ້າຍຢ້ອນຫຼັງຂອງສົງຄາມ ເປັນຕົ້ນແມ່ນລະເບີດຝັງດິນ ແລະ ຜູ້ທີ່ໄດ້ຮັບຜົນກະທົບທັງທາງກົງ ແລະ ທາງອ້ອມ ທີ່ເປັນເຫດພາໃຫ້ພິການ.
http://vientianemai.net/teen/khao/1/3874
ຂ້ອຍບໍ່ຮູ້ຄືກັນວ່າວັນເດັກປີນີ້ ຈະພເດັກນ້ອຍໄປທ່ຽວໃສ. ຍອມຮັບວ່າ ບໍ່ໄດ້ວາງແຜນຫຍັງໄວ້. ສຳລັບເດັກນ້ອຍແລ້ວ ວັນເດັກ ມີພຽງປີລະເທື່ອ, ສະນັ້ນ ຂ້ອຍຕ້ອງພາພວກເຂົາເຮັດກິດຈະກຳຫຍັງຈັກຢ່າງ ແຕ່ຈະເຮັດຫຍັງດີ ໃນສະຫມອງບໍ່ມີຂໍ້ມູນຫຍັງ ທັງໆທີ່ຫນ້າຈະມີການປະຊາສຳພັນ ວ່າມີການຈັດວັນເດັກຢູ່ຫລາຍບ່ອນ ສາມາດນຳເດັກໄປຮ່ວມໂດຍບໍ່ເສຍເງິນ. ການປະຊາສຳພັນເຫລົ້ານັ້ນ ມາບໍ່ຮອດຈັກທາງ ບໍ່ວ່າຫນັງສືພິມ ວິທະຍຸ ຫລື ໂທລະທັດ ສົງໄສປິດກັ້ນໂຕເອງຈາກສື່. ສິ່ງທີ່ແວ໊ບເຂົ້າມາໃນສະຫມອງ ແມ່ນພາເດັກໄປສວນສັດ ເທາະ. ວ່າແລ້ວກໍ່ຊວນທ້າວໂຕນີ ໄປເບິ່ງຊ້າງ ລາວກຳລັງຫລິ້ນເກມຢູ່ໃນຄອມ ກໍ່ມອດຄອມປຸບປັບ ກຽມໂຕຢ່າງໄວ.
ທັງສາມຄົນ ຜູ້ໃຫຍ່1 ເດັກນ້ອຍ2 ຍ່າງອອກຈາກເຮືອນ ໄປຂຶ້ນລົດເມຢູ່ແຄມທາງ ລົດຈຳໂບ້ສວນທາງມາ ເອີ້ນໃສ່ວ່າໄປໃສ ຕົກລົງກັບຈຳໂບ້ ໃຫ້ໄປສົ່ງທີ່ຕະຫລາດເຊົ້າ ໃນລາຄາ 3 ຄົນ 10ພັນກີບ. ທີ່ສະຖານີລົດເມ ຕະຫລາດຂົວດິນ ລົດເມໄປບ້ານເກິນບໍ່ມີ ຖາມພະນັກງານເຂົາບອກວ່າ ໃຫ້ໄປຖ້າຢູ່ນອກທາງເດີ້ (ຫມາຍເຖິງ ຖະຫນົນຫນອງບອນ) ຈະມີລົດຕູ້ ຜ່ານມາປະຈຳ. ແລ້ວລົດເມໄປບ້ານເກິນ ຢູ່ໃສ ເຂົາວ່າ ຢູ່ຄິວລົດສາຍໃຕ້ ລົດເມ 20ພັນກີບຕໍ່ປີ ສ່ວນລົດຕູ້ 25 ພັນ. ບໍ່ໄດ້ເດີນທາງດ້ວຍລົດເມມາດົນ ລາຄາມັນຂຶ້ນ ທົບເຄິ່ງເລີຍເນາະ.
ຄົນຫລາຍແທ້ໆ
ມີກິດຈະກຳຫລາກຫລາຍ
ແຕ່ກິດຈະກຳທີ່ເດັກນ້ອຍ ມັກເປັນພິເສດ ຄືການຂີ່ຊ້າງ
ເບິງຮູບທັງຫມົດໄດ້ທີ່ Album
ເປີດໂຄງການຄົ້ນຄ້ວາຄຳສັບພາສາມືລາວ
Posted: ເດືອນມັງກອນ 20, 2011 in children careປ້າຍກຳກັບຄົນພິການ, ພາສາ, ຫູຫນວກ
ໜ່ວຍງານພິການຫູໜວກ ສະມາຄົມຄົນພິການ ຈັດພິທີເປີດໂຄງການຄົ້ນຄ້ວາຄຳສັບພາສາມືລາວ ໃນລະຫວ່າງວັນທີ 18 ມັງກອນ-29 ເມສາ 2011 ໂດຍເປັນປະທານ ຂອງທ່ານ ບຸນວຽນ ຫຼວງຍອດ ປະທານສະມາຄົມຄົນພິການລາວ ເຊິ່ງມີຕາງໜ້າຜູ້ໃຫ້ທຶນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງການເປີດໂຄງການດັ່ງກ່າວເພື່ອດຳເນີນໂຄງການຄົ້ນຄ້ວາສຳລັບພາສາມືລາວ ເປັນທາງການໃຫ້ບັນດາອົງການຈັດຕັ້ງກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ຢູ່ພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ ແລະ ສະແດງໃຫ້ເຫັນເຖິງການໄດ້ຮັບສິດທິທີ່ສັງຄົມໄດ້ມອບໃຫ້ຄົນພິການຫູໜວກ ໄດ້ມີພາສາມື ເພື່ອສື່ສານໃຫ້ເຂົ້າໃຈເຊິ່ງກັນ ແລະ ກັນຫຼາຍຂຶ້ນ.
ໂຄງການຄົ້ນຄ້ວາພາສາມື ເພື່ອສ້າງປຶ້ມວັດຈະນານຸກົມ ມີໄລຍະ 1 ປີຄື: ເດືອນມັງກອນ-ທັນວາ 2011 ສຳລັບການຄົ້ນຄ້ວາພາສາມືຕົວຈິງຈະປະຕິບັດແຕ່ວັນທີ 18 ມັງ ກອນ-29 ເມສາ 2011 ດ້ວຍທຶນທັງໝົດ 23.600 ໂດລາ ແຕ່ປັດຈຸບັນມີທຶນພຽງແຕ່ 18.544 ໂດລາ ເຊິ່ງແມ່ນການສະໜັບສະໜູນຈາກສະຖານທູດອົດສະຕຣາລີ/ໂຄງ ການຊ່ວຍເຫຼືອໂດຍກົງ SHIA ຈຳນວນ 12.318 ໂດລາ ແລະ ການບໍລິຈາກຜົນງານວິຈິດສິນ (ຮູບແຕ້ມ) ຂອງນັກວິຈິດສິນ ລາວ-ໄທ ມູນຄ່າ 11.382 ໂດລາ ປັດຈຸບັນ ການຈຳໜ່າຍຜົນງານດັ່ງກ່າວໄດ້ພຽງ 6.226 ໂດລາ ແລະ ຍັງຈະສືບຕໍ່ຂາຍໃຫ້ໝົດ ເຊິ່ງການປະກອບສ່ວນຂອງນັກວິຈິດສິນ ລາວ-ໄທ ທັງໝົດ 11.382 ໂດລາ ແລະ ຈັດຕັ້ງປະຕິບັດໂຄງການນີ້ໃຫ້ສຳເລັດຕາມຄາດໝາຍ.
ເດັກນ້ອຍນອນທ່ຽງ ມີຜົນດີຕໍ່ການຜ່ອນຄາຍອາລົມກັງວົນ
Posted: ເດືອນມັງກອນ 17, 2011 in children careປ້າຍກຳກັບນອນ, ສຸຂະພາບ, ເດັກນ້ອຍ
ຜ່ານການຄົ້ນຄວ້າຄັ້ງຫຼ້າສຸດນັກຄົ້ນຄວ້າອາເມລິກາສັງເກດເຫັນວ່າ, ຝຶກ ເດັກນ້ອຍທີ່ອາຍຸກ່ອນໄວຮຽນໃຫ້ມີຄວາມຊິນເຄີຍທີ່ດີໃນການນອນຕອນທ່ຽງ, ເພາະວ່າມັນມີຜົນດີຕໍ່ການຜ່ອນຄາຍຄວາມກັງວົນແລະອຸກໃຈຂອງເດັກນ້ອຍ.
ເວົ້າທົ່ວໄປແລ້ວ, ການນອນທ່ຽງແມ່ນການພັກຜ່ອນເວລາສັ້ນຫຼັງກິນເຂົ້າທ່ຽງ, ຕາມທຳມະດາແລ້ວແມ່ນໃຊ້ເວລານອນປະມານ30ຫາ45ນາທີ. ພໍ່ແມ່ບາງຄົນບໍ່ອະນຸຍາດໃຫ້ເດັກນ້ອຍຂອງຕົນນອນຕອນທ່ຽງເພື່ອໃຫ້ເຂົາເຈົ້ານອນໃນຕອນກາງຄືນຫຼັບດີ.ການຄົ້ນຄວ້າດັ່ງກ່າວຂອງນັກຄົ້ນຄວ້າອາເມລິກາໄດ້ສະແດງໃຫ້ເຫັນວ່າ, ເດັກນ້ອຍທີ່ບໍ່ໄດ້ນອນຕອນທ່ຽງຈະມັກຫງຸດຫງິດ,ແລະມັກມີຄວາມກັງວົນແລະອຸກໃຈ.
ຜູ້ຮັບຜິດຊອບການຄົ້ນຄວ້າເທື່ອນີ້ເວົ້າວ່າ, ຜົນການຄົ້ນຄວ້າຢືນຢັນວ່າ, ຖ້າຢາກໃຫ້ເດັກນ້ອຍມີອາລົມດີຕະຫຼອດວັນ,ການນອນຕອນທ່ຽງສຳຄັນທີ່ສຸດ, ສະນັ້ນ, ພໍ່ແມ່ຂອງເດັກນ້ອຍຄວນຈັດວາງເວລາໃຫ້ເດັກນ້ອຍນອນຢ່າງເໝາະສົມ
http://laos.cri.cn/
ຕື່ນຂຶ້ນມາຕອນເຊົ້າ ສະມາຊິກຄອບຄົວນີ້ ກໍຊ່ວຍກັນທຳມາຫາກິນ.
ພໍ່ມັນ ເຮັດນ້າທີ່ ແຫກກ້ອນເຂົ້າຈີ່ ແລະ ຫຸ້ມຫໍ
ລູກເຮັດຫນ້າທີ່ຊອຍເສັ້ນຫມາກຫຸ່ງ
ສ່ວນຫນ້າທີ່ອື່ນໆ ແມ່ນແມ່ມັນຮັບຜິດຊອບ
ຕອນນີ້ ກຳລັງການຜະລິດຢູ່ທີ່ 25 ກ້ອນ ຕໍ່ມື້
ເບິ່ງຕື່ມ ທີ່ facebook