ລ້ຽງລູກ…ຢ່າລືມປູກໃຈ

Posted: July 11, 2010 in children care

ເວລາຖາມແມ່ວ່າ
ຮັກລູກບໍ່
? ແມ່ກໍຕ້ອງຕອບວ່າ
ຮັກ ຖ້າຖາມວ່າ ຫ່ວງລູກບໍ່
? ກໍຈະຕອບວ່າ ຫ່ວງ ແລະ ຖ້າຖາມວ່າ
ຕາຍແທນລູກໄດ້ບໍ່
? ແມ່ທຸກຄົນກໍຄົງຢືນຢັນຄຳເດີມວ່າ ໄດ້ !…ແຕ່ເປັນຫຍັງ ? ຜູ້ເປັນພໍ່ແມ່ຈຳນວນຫຼາຍເຕີບ
ຈຶ່ງບໍ່ຄ່ອຍຮັບຜິດຊອບ ຕໍ່ການກະທຳບາງຢ່າງຂອງລູກ ຊຶ່ງພາສາທົ່ວໄປ
ມັກເວົ້າຫຼິ້ນແກມອີ່ຫຼີວ່າ ພໍ່ແມ່ໂສຖິ້ມລູກເຕົ້າ ກໍລະນີນີ້
ບູຮານເພິ່ນວ່າ ລະວັງຜີເປົ້າຈະຈົກກິນຕັບເດີ ນັ້ນກໍແປວ່າ ຖ້າເຮົາເມີນເສີຍ
ປ່ອຍປະລູກຫຼານ ຕາມມີຕາມເກີດ ຜົນທີ່ຕາມມາ ພໍ່ແມ່ຈະອົກແຕກ
ຍ້ອນລູກຫົວແກ້ວຫົວແຫວນ ເວົ້າສະເພາະແມ່ນ ການກະທຳທີ່ເປັນຜົນລົບ ຫຼື
ປະກົດການຫຍໍ້ທໍ້ຕໍ່ສັງຄົມ ຊຶ່ງຜ່ານມາ ມີພໍ່ແມ່ຈຳນວນໜຶ່ງເຊື່ອວ່າ
ລ້ຽງລູກນັ້ນ ລ້ຽງໄດ້ແຕ່ຮ່າງກາຍຂອງເຂົາເຈົ້າເທົ່ານັ້ນ ສ່ວນຈິດໃຈນັ້ນ
ກໍບໍ່ຮູ້ວ່າ ໂຍນໃຫ້ໃຜດູແລ ຫຼື ລ້ຽງເກືອ.

ວັດຈະນານຸກົມຂຽນວ່າ
ລ້ຽງ ແມ່ນການໃຫ້ກິນຢູ່ ແລະ ປົກຄອງການກິນຢູ່ ກໍຄືການລ້ຽງຮ່າງກາຍ
ແມ່ນການເບິ່ງແຍງຊີວິດຄວາມເປັນຢູ່ ໃຫ້ມີຢູ່ມີກິນ ອີ່ມໜຳສຳລານ ບໍ່ຂາດບໍ່ເຂີນ
ສ່ວນການປົກຄອງ ກໍຄືການລ້ຽງໃຈ ຄືການເຕົ້າໂຮມຕຸ້ມຕ່ອມຄອບຄົວລູກເຕົ້າ
ໃຫ້ມີຄວາມອົບອຸ່ນ ສຶກສາອົບຮົມ ໃຫ້ເຂົາເຈົ້າເປັນຄົນຮູ້ຜູ້ດີ
ມີຄຸນສົມບັດສິນທຳປະຕິວັດ ມີຄວາມຮັກຊາດ ຮັກບ້ານເກີດເມືອງນອນ ຮັກທ່ານຜູ້ນຳ
ຮັກບັນພະບູລຸດ ກໍຄືບຸກຄົນທີ່ເອົາເລືອດເນື້ອ ອາບທາຜືນແຜ່ນດິນຮັກ
ດິນດອນຕອນຫຍ້າ ສົ່ງເສີມໃຫ້ລູກຫຼານ ໄດ້ຮັບການສຶກສາຮ່ຳຮຽນສູງສຸດ ມີວິຊາອາຊີບ
ປະກອບສ່ວນ ສະຕິປັນຍາ ຄວາມຮູ້ ຄວາມສາມາດ ແລະ ເຫື່ອແຮງ ໃຫ້ແກ່ສ່ວນລວມ
ສ້າງສິ່ງທີ່ດີ ມີປະໂຫຍດໃຫ້ແກ່ຕົນເອງ ຄອບຄົວ ສັງຄົມ ແລະ ປະເທດຊາດ
ດຳເນີນຊີວິດ ແລະ ການເຄື່ອນໄຫວທີ່ຖືກຕ້ອງຕາມກົດໝາຍ
ທັງບໍ່ສ້າງຄວາມເດືອດຮ້ອນໃຫ້ແກ່ຄົນອ້ອມຂ້າງ ສະນັ້ນ
ພາລະໜ້າທີ່ຂອງພໍ່ແມ່ຜູ້ປົກຄອງ ຈຶ່ງປະກອບດ້ວຍປັດໄຈສີ່ ຫຼື ຫ້າ-ຫົກ
ທີ່ຄົນຜູ້ໜຶ່ງຕ້ອງການ ແລະ ສົມຄວນໄດ້ຮັບ ຄື ໃຫ້ລູກມີເຮືອນຢູ່ທີ່ຖາວອນ
ມີເຄື່ອງນຸ່ງຫົ່ມ ທີ່ສະອາດອົບອຸ່ນສວຍງາມ ມີອາຫານການກິນ ແລະ ເວລາເຈັບເປັນມາ
ກໍມີຢາປິ່ນປົວພະຍາດ ຊຶ່ງມັນກໍສອດຄ່ອງກັບເງື່ອນໄຂ ຂອງບ້ານວັດທະນະທຳ ຫຼື
ມາດຖານຂອງຄອບຄົວ ທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ ຊຶ່ງຄວາມເປັນຈິງແລ້ວ ຢາກ ຫຼື
ບໍ່ຢາກ ໃນໄລຍະທີ່ລູກເຕົ້າ ຍັງບໍ່ພົ້ນນິຕິພາວະ ຫຼື ອາຍຸບໍ່ທັນເຖິງ
20 ປີ
ຕາມທີ່ກົດໝາຍກຳນົດນັ້ນ ຜູ້ເປັນພໍ່ແມ່ ຜູ້ ປົກຄອງ
ກໍຕ້ອງໄດ້ຮັບຜິດຊອບຊ່ວຍລູກ ຢ່າງລະອຽດ.

ການລ້ຽງລູກໃນຍຸກສະໄໝໂລກາພິວັດ
ແລະ ກົນໄກເສດຖະກິດການຕະຫຼາດນີ້ ມັນຕ້ອງມີຄວາມຮັກ ແລະ ຄວາມງາມ
ຍ້ອນວ່າສັງຄົມມີການເຊື່ອມໂຍງ ແລະ ແຂ່ງຂັນສູງອີ່ຫຼີ ສະນັ້ນ ສະໄໝປູ່ສັງກະສາ
ຍ່າສັງກະສີ (ຍັງບໍ່ມີກະເບື້ອງ ຫຼື ຊີແພັກ ຄືດັ່ງສູ່ມືນີ້) ຈຶ່ງສອນວ່າ ຮັກງົວໃຫ້ຜູກ
ຮັກລູກໃຫ້ຕີ
ຕາມຄຳເຫັນສ່ວນຕົວ ຄຳວ່າ ຮັກງົວໃຫ້ຜູກ ຮັກລູກໃຫ້ຕີ
ຈຶ່ງແມ່ນທັງສິລິປະຍຸດ ແລະ ຍຸດທະວິທີທີ່ດີງາມ ໃນການລ້ຽງໃຈຂອງລູກໆຍ້ອນຫຍັງ
?.

ຍ້ອນວ່າຄຳວ່າ ຜູກ
ກໍຄືການມັດຈິດໃຈ ໃຫ້ລູກມີຄວາມໃກ້ຊິດ ສະໜິດສະໜົມ ເປັນອັນໜຶ່ງອັນດຽວ
ເຊື່ອໝັ້ນຕໍ່ພໍ່ແມ່ວ່າ ຈະບໍ່ປະບໍ່ຖິ້ມ ບໍ່ມີວັນເວລາຫ່າງໄກ ຈະບໍ່ປ່ອຍ ບໍ່ວາງ
ຈະຢືນຢູ່ຄຽງຂ້າງກັບລູກ ຕະຫຼອດທຸກລົມຫາຍໃຈ ແຕ່ບໍ່ແມ່ນຜູກແບບຮ້ອຍດັງ ຫຼື
ຂັງໄວ້ແຕ່ຢູ່ເຮືອນ ໂດຍບໍ່ໄດ້ມີໂອກາດ ໄປຊອກຫາປະສົບການຊີວິດໃນໂລກກວ້າງ
ສິ່ງໃດທີ່ເປັນຄວາມສຸກກໍຄື ເພື່ອອະນາຄົດທີ່ດີຂອງລູກໆ
ພໍ່ແມ່ກໍພ້ອມທີ່ຈະຫາມາໃຫ້ ສຳລັບຄຳວ່າ ຕີ
ກໍບໍ່ແມ່ນຈະຈັບໄມ້ແສ້ໄລ່ລູກທົ່ວບ້ານ ຊຶ່ງເຮັດໃຫ້ລູກມີຄວາມອັບອາຍ
ທັງເປັນການລະເມີດສິດທິເດັກ ຊຶ່ງລາວເຮົາກໍເປັນພາຄີ ແຕ່ການຕີທີ່ນີ້
ມີຄວາມໝາຍວ່າ ເຮົາຕ້ອງໃຊ້ມາດຕະການເຂັ້ມແຂງກ່ວາເຊັ່ນ ຮ້າຍດ່າເພື່ອສັ່ງສອນ
ບໍ່ໝາຍວ່າ ລົງໄມ້ ລົງມື ໃຫ້ເລືອດຕົກຢາງອອກດອກແມ່ເອີຍ…
ແມ່ນການສຶກສາອົບຮົມໃຫ້ລູກຮູ້ໝາກຜົນ ເຂົ້າໃຈບັນຫາຕ່າງໆ ທີ່ເຂົາຍັງດື້ດຶງ
ໃນເມື່ອເວົ້າອ່ອນຜ່ອນບໍ່ລົງ.

ຄົນທີ່ລ້ຽງລູກດ້ວຍຄວາມຮັກ
ແລະ ຄວາມເຂົ້າໃຈ ຈະມີຄວາມຮູ້ສຶກວ່າ ເວລາລູກເຈັບ ພໍ່ແມ່ກໍຍິ່ງເຈັບ
ເວລາລູກໄຫ້ ພໍ່ແມ່ນັ້ນ ຫົວໃຈເກືອບສະຫຼາຍ ນອນຫຼັບຝັນເຫັນໜ້າ
ມືນຕາມາເຫັນຜູ້ອື່ນ ພໍຢາກຫຼັບຢູ່ເລື້ອຍ ໃຫ້ເຫັນໜ້າຢູ່ສູ່ຍາມ

ອັນນີ້ກໍແມ່ນພໍ່ແມ່ຫ່ວງລູກແທ້ໆ.

ໂດຍ: ສາຍດາຣາ

Comments
  1. Nitiphone says:

    ແມ່ນສຸດຍອດເລີຍ

  2. Nitiphone says:

    ຂອບໃຈຫຼາຍທີ່ໃຫ້ອ່ານເລື່ອງດີໆທ່ານຄືບໍ່ເຮັດwebsiteເອງເລີຍ ຂຽນມ່ວນດີ

Leave a Reply

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out / ປ່ຽນ )

Twitter picture

You are commenting using your Twitter account. Log Out / ປ່ຽນ )

Facebook photo

You are commenting using your Facebook account. Log Out / ປ່ຽນ )

Google+ photo

You are commenting using your Google+ account. Log Out / ປ່ຽນ )

Connecting to %s